ACCMIN Business Services Co., Ltd
  • Home
    • Contact
    • Partner
  • Services
    • Website Design and Development
    • Business Set up
    • Business Matching, Merger&Acquisitions
    • Software Implementation and Advice
    • E-Learning Design and Development >
      • Training
    • Human Resources
    • Access to Finance
  • News
  • Links
  • ໜ້າຫຼັກ
    • ຕິດຕໍ່ພວກເຮົາ
    • ຄູ່ຮ່ວມງານ
  • ການບໍລິການ
    • ອອກແບບ ແລະ ພັດທະນາເວັບໄຊ
    • ການສ້າງຕັ້ງທຸລະກິດ
    • ການຈັບຄູ່ທາງທຸລະກິດ
    • ທີ່ປຶກສາ ແລະ ຕິດຕັ້ງໂປແກມຕ່າງໆ
    • ການອອກແບບ ແລະ ພັດທະນາຫຼັກສູດຝຶກອົບຮົມ >
      • ການຝຶກອົບຮົມ >
        • ການວາງແຜນທຸລະກິດ
        • ການວາງແຜນການເງິນ, ການວິເຄາະຜູ້ກູ້ຢືມເງ&
        • ການບັນຊີ ແລະ ການຄຸ້ມຄອງການເງິນ
        • ການນຳໃຊ້ໂປແກມບັນຊີ
    • ຊັບພະຍາກອນມະນຸດ
    • ຈັດຫາແຫລ່ງທຶນປະກອບທຸລະກິດ
  • ຂ່າວສານ
  • ເຊື່ອມຕໍ່

ເຊີນເຂົ້າຮ່ວມຝຶກອົບຮົມ ການວາງແຜນທຸລະກິດ ແລະ ການເງິນ

4/22/2019

0 Comments

 
Picture
ຂໍເຊີນລົງທະບຽນຮຽນ ຫຼັກສູດ “ການວາງແຜນທຸລະກິດ ແລະ ການເງິນ” ເພື່ອເພີ່ມໂອກາດໃນການເຂົ້າເຖິງແຫຼ່ງທຶນຈາກທະນາຄານ.

ເວລາ ແລະ ສະຖານທີ່:
ເລີ່ມເຝິກອົບຮົມວັນທີ 2-3 ພຶດສະພາ ທີ່ໂຮງແຮມ ແສງຕາວັນ ຣີເວີໄຊດ໌, ບ. ສີຖານເໜືອ, ມ.ສີໂຄດຕະບອງ  ແລະ
ຝຶກປະຕິບັດຕົວຈິງ ວັນທີ່ 4-5 ພຶດສະພາ ທີ່ Tom and Ton Cafe, ບ. ສີເມືອງ, ມ. ສີສັດຕະນາກ


ເນື້ອໃນການຝຶກອົບຮົມ:

1. ການວາງແຜນທຸລະກິດ:

ແຜນທຸລະກິດໂດຍພື້ນຖານປະກອບດ້ວຍ 5 ພາກທີ່ຈະໄດ້ຮຽນມີດັ່ງລຸ່ມນີ້:
  1. ພາບລວມແຜນທຸລະກິດ
  2. ແຜນການຕະຫລາດ
  3. ແຜນດໍາເນີນງານ
  4. ແຜນຄຸ້ມຄອງບໍລິຫານ
  5. ແຜນການເງິນ 

ພາຍຫຼັງຈົບຫຼັງຈົບຫຼັກສູດນີ້ທ່ານຈະ:
  1. ສາມາດສ້າງແຜນທຸລະກິດໄດ້
  2. ໄດ້ແບບຟອມການວາງແຜນທຸລະກິດ

2. ການວາງແຜນການເງິນ:
ຫົວຂໍ້ທີ່ຈະໄດ້ຮຽນມີດັ່ງລຸ່ມນີ້:
  • ພາກສະເໜີ: ການວາງແຜນການເງິນ  
  • ພາກທີ່ 1: ຍອດເຫຼືອເງິນສົດ ແລະ ຊັບສິນຕ່າງໆ 
  • ພາກທີ່ 2: ແຜນການລົງທຶນ ແລະ ແຜນການເງິນ
  • ພາກທີ່ 3: ການຄາດຄະເນການຂາຍ
  • ພາກທີ່ 4: ການຄາດຄະເນລາຍຈ່າຍ
  • ພາກທີ່ 5: ການຄາດຄະເນກະແສເງິນສົດ

ພາຍຫຼັງຈົບຫຼັງຈົບຫຼັກສູດນີ້ທ່ານຈະ:
  1. ສາມາດສ້າງແຜນການເງິນໄດ້
  2. ໄດ້ແບບຟອມເອກແຊວການວາງແຜນການເງິນ

ລາຄາຄ່າຝຶກອົບຮົມ: 
ລາຄາພິເສດ ພຽງ 50 ໂດລາ ຫຼື 430,000 ກີບ ລວມຄ່າອາຫານວ່າງ ແລະ ອາຫານທ່ຽງ

ລົງທະບຽນວັນນີ້ຫາ 1 ພຶດສະພາ:
​ຮັບບໍ່ເກີນ 25 ທ່ານ


ກອບແບບຟອມລົງທະບຽນ​
 
ຢ່າລໍຊ້າ! ລົງທະບຽນເຝິກອົບຮົມ ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່
ໂທ: 020 5465 5445 ແລະ 020 5465 5465, E-mail: contactus@accminlao.com
​
#SMELaos #Financelaos #ສົ່ງເສີມSMELaos
0 Comments

ກະຊວງ ອຄ ເປີດໂຕເວັບໄຊຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຢ່າງເປັນທາງການ

1/4/2019

0 Comments

 
Picture
ແຫລ່ງຂ່າວ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ
ໃນວັນທີ 25 ທັນວາ 2018, ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດໂຕເວັບໄຊຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນຢ່າງເປັນທາງການ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ຊຶ່ງພິທີດັ່ງກ່າວໄດ້ຮັບກຽດກ່າວເປີດໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງໃນການສ້າງຖານຂໍ້ມູນນິຕິກຳນີ້ແມ່ນເພື່ອ ເກັບກຳ-ສັງລວມ ບັນດານິຕິກຳທັງໝົດຂະແໜງອຸດສາຫະກຳ ແລະ ການຄ້າທີ່ມີຜົນສັກສິດ ແລະ ປະກາດໃຊ້ໃນຜ່ານມາ ໃຫ້ເປັນລະບົບຄົບຊຸດ ແລະ ມີປະສິດທິພາບ ແລະ ເພື່ອສ້າງເປັນຖານຂໍ້ມູນທາງເອເລັກໂຕຣນິກ ໃຫ້ທຸກຄົນສາມາດເຂົ້າເຖິງ ໃນຮູບແບບຊັອບກັອບປີ້, ພີດີເອັບ ແລະ ຮູບແບບໄມໂຄຣຊັອບເວີດ ໄດ້ຢ່າງສະດວກງ່າຍດາຍ. ອ່ານລາຍລະອຽດ
0 Comments

ກອງປະຊຸມສໍາມະນາ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ

6/27/2018

0 Comments

 
Picture
ແຫລ່ງຂ່າວ: ຫ້ອງການສົ່ງເສີມ ແລະ ພັດທະນາທຸລະກິດ ຂະນາດນ້ອຍ ແລະ ກາງ
ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ແລະ ເຜີຍແຜ່ຜັນຂະຫຍາຍແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020 ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ມີຖຸນາ 2018 ທີ່ ໂຮງແຮມ ລາວ​
ພຣາຊາ, ນະຄອນຫລວງວຽງຈັນ ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີ ທ່ານ Christian OLK, Head of German Development Cooperation, German Embassy in Vientiane, ຜູ້ຕາງໜ້າຈາກທະນາຄານໂລກ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພະນັກງານຈາກພາກລັດ, ສະຖາບັນການສຶກສາ, ບັນດາຫົວໜ່ວຍວິສາຫະກິດ SMEs ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມຫລາຍກວ່າ 200 ທ່ານ. ອ່ານລາຍລະອຽດ
0 Comments

ປີທ່ອງທ່ຽວລາວ 2018 ຄາດຈະສ້າງລາຍຮັບເຂົ້າງົບປະມານ 900 ລ້ານໂດລາສະຫະລັດ

11/3/2017

0 Comments

 
ແຫລ່ງຂ່າວ: ເວບໄຊກະຊວງການເງິນ
​2018 ປີທ່ອງທ່ຽວລາວພັກ-ລັດຖະບານ ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອໃຫ້ມີຂະບວນຟົດຟື້ນບັນລຸຕາມຈຸດປະສົງລະດັບຄາດໝາຍ ແລະ ໃນການຈັດປີທ່ອງທ່ຽວລາວ 2018 ລັດຖະບານໄດ້ວາງຄາດໝາຍສູ້ຊົນດຶງດູດນັກທ່ອງທ່ຽວ ບໍ່ໃຫ້ຫລຸດ 5 ລ້ານເທື່ອຄົນ ແລະ ຄາດຄະເນສ້າງລາຍຮັບເຂົ້າງົບປະມານ 900 ລ້ານໂດລາສະຫະລັດ. ອ່ານລາຍລະອຽດ
0 Comments

ພິທີເປີດ ຫ້ອງການສົ່ງເສີມ ແລະ ພັດທະນາຜະລິດຕະພັນຍີ່ຫໍ້ລາວ (Branding Lao Promotion and Development Facility Office) ຢ່າງເປັນທາງກ

11/2/2017

0 Comments

 
ແຫລ່ງຂ່າວ: ເວບໄຊສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ
 
ພິທີເປີດ ຫ້ອງການສົ່ງເສີມ ແລະ ພັດທະນາຜະລິດຕະພັນຍີ່ຫໍ້ລາວ (Branding Lao Promotion and Development Facility Office) ຢ່າງເປັນທາງການ ໃນວັນທີ 02 ພະຈິກ 2017 ເວລາ 10:00-13:00 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ອ່ານລາຍລະອຽດ
0 Comments

Services

Website Design and Development
Business Set-up
Business Matching, Mergers & Acquisitions
Software Implementation and Advice
E-Learning Design and Development Services

Human Resources
Access to Finance

CONTACT US
© COPYRIGHT 2017. ALL RIGHTS RESERVED.
  • Home
    • Contact
    • Partner
  • Services
    • Website Design and Development
    • Business Set up
    • Business Matching, Merger&Acquisitions
    • Software Implementation and Advice
    • E-Learning Design and Development >
      • Training
    • Human Resources
    • Access to Finance
  • News
  • Links
  • ໜ້າຫຼັກ
    • ຕິດຕໍ່ພວກເຮົາ
    • ຄູ່ຮ່ວມງານ
  • ການບໍລິການ
    • ອອກແບບ ແລະ ພັດທະນາເວັບໄຊ
    • ການສ້າງຕັ້ງທຸລະກິດ
    • ການຈັບຄູ່ທາງທຸລະກິດ
    • ທີ່ປຶກສາ ແລະ ຕິດຕັ້ງໂປແກມຕ່າງໆ
    • ການອອກແບບ ແລະ ພັດທະນາຫຼັກສູດຝຶກອົບຮົມ >
      • ການຝຶກອົບຮົມ >
        • ການວາງແຜນທຸລະກິດ
        • ການວາງແຜນການເງິນ, ການວິເຄາະຜູ້ກູ້ຢືມເງ&
        • ການບັນຊີ ແລະ ການຄຸ້ມຄອງການເງິນ
        • ການນຳໃຊ້ໂປແກມບັນຊີ
    • ຊັບພະຍາກອນມະນຸດ
    • ຈັດຫາແຫລ່ງທຶນປະກອບທຸລະກິດ
  • ຂ່າວສານ
  • ເຊື່ອມຕໍ່